ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ
73 subscribers
485 photos
2 videos
159 links
ຍິນດີຕ້ອນຮັບສູ່ຊ່ອງຂ່າວສານທາງການຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ກຕສ ແມ່ນກົງຈັກໜຶ່ງຂອງລັດຖະບານ ເປັນເສນາທິການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກກ່ຽວກັບວຽກງານເຕັກໂນໂລຊີ, ນະວັດຕະກຳ, ໂທລະຄົມມະນາຄົມ, ອິນເຕີເນັດ, ໄປສະນີ ແລະ ຄວາມປອດໄພໄຊເບີ ໃນຂອບເຂດທົ່ວປະເທດ.
Download Telegram
ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ປຶກສາຫາລືດ້ານວິຊາການ

ໃນຕອນບ່າຍຂອງ ວັນທີ 04 ​ຕຸ​ລາ 2024 ຜ່ານມາ, ທີ່ຫ້ອງປະຊຸມທາງໄກ ຊັ້ນ 03 ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືທາງ​ດ້ານ​ວິ​ຊາ​ການ ລະຫວ່າງ​​ ຫ້ອງ​ການ ກະຊວງເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ ແລະ ຫ້ອງ​ການ ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ປອ. ບົວ​ວັນ ວິ​ລະ​ວົງ, ຫົວ​ໜ້າ​ຫ້ອງ​ການ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ​ພວງ​ປະ​ເສີ​ດ ແກ້ວ​ສຸ​ວັນ, ຮັກ​ສາ​ການ​ຫົວ​ໜ້າ​ຫ້ອງ​ການ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີ​ຮອງຫົວໜ້າຫ້ອງການ, ຫົວ​ໜ້າ​ພະ​ແນກ ແລະ ຮອງຫົວໜ້າພະ​ແນກ ຂອງສອງກະຊວງ ເຂົ້າຮ່ວມທັງໝົດ 26 ທ່ານ.


📱 Telegram

📱 Facebook

📱 YouTube

🌐 Website
Please open Telegram to view this post
VIEW IN TELEGRAM
ກົມເຕັກໂນໂລຊີ ແລະ ນະວັດຕະກຳ ອອກແຮງງານລວມ ຂໍ່ານັບຮັບຕ້ອນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45

ໃນຕອນແລງຂອງວັນທີ 7 ຕຸລາ 2024, ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ ແລະ ກໍາມະບານ ກົມເຕັກໂນໂລຊິ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຂະບວນການອອກແຮງງານລວມໃນຂອບເຂດສໍານັກງານຂອງຕົນ ຢູ່ເຂດດອນຕິ້ວ ເພື່ອຂ່ຳຂັບຮັບຕ້ອນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນອາທິດນີ້ຢູ່ນະຄອນຫຼວງວຽງຈັນ. ທັງເປັນການບົວລະບັດຮັກສາຄວາມສະອາດອ້ອມຂ້າງສໍານັກງານໃຫ້ມີຄວາມຈົບງາມ ໂດຍໄດ້ປັດກວດຂີ້ຝຸ່ນ, ຂີ້ເຫຍື້ອ, ຕັດຫຍ້າບໍລິເວນຮົ້ວ, ແຄມທາງ ໂດຍການນຳຂອງ ທ່ານ ຄຳຜາ ທອງວັນນາ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ມີສະມາຊິກຂອງ 3 ອົງການເຂົ້າຮ່ວມຢ່າງພ້ອມດ້ວຍບັນຍາກາດຟົດຟື້ນໃນການສ້າງຂະບວນການດັ່ງກ່າວ.


📱 Telegram

📱 Facebook

📱 YouTube

🌐 Website
Please open Telegram to view this post
VIEW IN TELEGRAM
Please open Telegram to view this post
VIEW IN TELEGRAM
Media is too big
VIEW IN TELEGRAM
ຊົມເຊີຍ ວັນຄູແຫ່ງຊາດ ຄົບຮອບ 30 ປີ
(07 ຕຸລາ 1994 - 2024)

"ປະຫວັດມູນເຊື້ອນາຍຄູຄຳ"


📱 Telegram

📱 Facebook

📱 YouTube

🌐 Website
Please open Telegram to view this post
VIEW IN TELEGRAM
ຊົມເຊີຍ ວັນໄປສະນີໂລກ #WorldPostDay
ຄົບຮອບ 150 ປີ ຢ່າງສຸດໃຈ!
(09 ຕຸລາ 1874 - 2024)

“150 ປີ ແຫ່ງການເປີດນຳໃຊ້ການສື່ສານ ແລະ ການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ປວງຊົນໃນທົ່ວໂລກ”


📱 Telegram

📱 Facebook

📱 YouTube

🌐 Website
Please open Telegram to view this post
VIEW IN TELEGRAM
ຄະນະຜູ້ແທນ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄປຖອດຖອນບົດຮຽນວຽກງານການຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດິຈິຕອນ ທີ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 08-11 ກັນຍາ 2024 ຜ່ານມາ, ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ເດີນທາງໄປແລກປ່ຽນຖອດຖອນບົດຮຽນວຽກງານການຄຸ້ມຄອງອິນເຕີເນັດ ແລະ ການຫັນເປັນດິຈິຕອນ ທີ່ ສສ ຫວຽດນາມ ຊຶ່ງນໍາໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ຮອງປະທານ ຄຄອຊ. ຄະນະ ຄຄອຊ ທີ່ເຂົ້າຮ່ວມປະກອບດ້ວຍ ສູນອິນເຕີເນັດແຫ່ງຊາດ ຊຶ່ງເປັນຫ້ອງການກອງເລຂາ ຄຄອຊ; ມີ ຫ້ອງການ ກຕສ; ກົມຄວາມປອດໄພໄຊເບີ; ອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ; ກົມປະຊາສໍາພັນ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; ກົມການຂ່າວ ກະຊວງ ການຕ່າງປະເທດ; ກົມສືບສວນ-ສອບສວນ, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ສູນ 206, ກົມສື່ສານ ກະຊວງ ປ້ອງກັນປະເທດ.


📱 Telegram

📱 Facebook

📱 YouTube

🌐 Website
Please open Telegram to view this post
VIEW IN TELEGRAM
ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອີມາກາວາ ທາຄຸໂອ ຮອງລັດຖະມົນຕີ ກະຊວງພາຍໃນ ແລະ ການສື່ສານ ຍີ່ປຸ່ນ

ໃນຕອນເຊົ້າຂອງວັນທີ 11 ຕຸລາ 2024, ທີ່ຫ້ອງຮັບແຂກຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອີມາກາວາ ທາຄຸໂອ (Mr. IMAGAWA Takuo), ຮອງລັດຖະມົນຕີ ຜູ້ຊີ້ນຳວຽກງານນະໂຍບາຍການຮ່ວມມື, ກະຊວງພາຍໃນ ແລະ ການສື່ສານ ປະເທດ ຍີ່ປຸ່ນ ພ້ອມດ້ວຍ ທ່ານ ຮິດະ ຊູໂຍຊິ, ຮອງຫົວໜ້າພະແນກສົ່ງເສີມພື້ນຖານໂຄງລ່າງດິຈິຕອນສາກົນ ໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.

ໂອກາດນີ້, ທ່ານ ອີມາກາວາ ທາຄຸໂອ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ກຕສ ທີ່ໄດ້ເສຍສະຫຼະເວລາອັນມີຄ່າຕ້ອນຮັບຢ່າງອົບອຸ່ນ. ພ້ອມທັງແຈ້ງຈຸດປະສົງຂອງການເຂົ້າມາຢ້ຽມຂໍ່ານັບໃນຄັ້ງນີ້ ກໍເພື່ອປຶກສາຫາລືການຮ່ວມມືກັນທາງດ້ານວຽກງານ ໄອທີ ເປັນຕົ້ນແມ່ນ ສຶກສາຄວາມເປັນໄປໄດ້ໃນໂຄງການສ້າງລະບົບຢັ້ງຢືນໃບໜ້າ, ລະບົບບັດລະບຸຕົວຕົນ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ. ທັງນີ້, ກໍເພື່ອເພີ່ມຂະຫຍາຍສາຍພົວພັນ ລາວ-ຢີ່ປຸ່ນ ກໍຄືສອງກະຊວງ ໃຫ້ມີຄວາມແໜ້ນແຟ້ນເພີ່ມຂຶ້ນເລື້ອຍໆ.

ໃນໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອີມາກາວາ ທາຄຸໂອ ພ້ອມດ້ວຍ ທ່ານ ຮິດະ ຊູໂຍຊິ ແລະ ຂອບໃຈຕໍ່ ປະເທດຢີ່ປຸ່ນທີ່ໄດ້ໃຫ້ຄວາມຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານ ແລະ ຫວັງຢ່າງຍິ່ງວ່າ ໃນອະນາຄົດ ສອງປະເທດ, ສອງຝ່າຍ ກໍຄື ສອງກະຊວງ ຈະໄດ້ຮ່ວມມືກັນໃນຫຼາຍດ້ານ ບໍ່ວ່າຈະເປັນການພັດທະນາບຸກຄະລາກອນ, ການສ້າງພື້ນຖານໂຄງລ່າງ, ການສ້າງນິຕິກໍາ ແລະ ອື່ນໆ ໃຫ້ແໜ້ນແຟ້ນ ແລະ ປະສົບຜົນສໍາເລັດເທື່ອລະກ້າວ.


📱 Telegram

📱 Facebook

📱 YouTube

🌐 Website
Please open Telegram to view this post
VIEW IN TELEGRAM
ລາວ-ຈີນ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຫຼີ ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ໃນລະຫວ່າງວັນທີ 09-12 ຕຸລາ 2024, ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ຕຸລາ 2024 ທີ່ ສໍານັກງານນາຍົກລັດຖະມົນຕີ ໂດຍການເຂົ້າຮ່ວມຂອງຄະນະທາງການຂອງສອງປະເທດ ນໍາໂດຍ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ສະຫາຍ ນາຍົກລັດຖະມົນຕີ ຫຼີ ສຽງ. ຫຼັງຈາກນັ້ນ, ນາຍົກລັດຖະມົນຕີຂອງສອງປະເທດ ແລະ ຄະນະ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ ເພື່ອຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ພ້ອມທັງກໍານົດທິດທາງການຮ່ວມມືໃນຕໍ່ໜ້າ.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ສືບຕໍ່ດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ພ້ອມທັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄໍາອວຍພອນຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ ໃນຕົ້ນເດືອນຕຸລາ 2024 ຜ່ານມາ.

ອ່ານຕໍ່ ↗️


📱 Telegram

📱 Facebook

📱 YouTube

🌐 Website
Please open Telegram to view this post
VIEW IN TELEGRAM
Please open Telegram to view this post
VIEW IN TELEGRAM
👍1
ເຜີຍແຜ່ດຳລັດ ວ່າດ້ວຍສະມາຄົມ ໃຫ້ແກ່ພະນັກງານພາຍໃນ ກຕສ ແລະ ບໍລິສັດລັດວິສາຫະກິດໂທລະຄົມມະນາຄົມ

ໃນຕອນເຊົ້າຂອງວັນທີ 16 ຕຸລາ 2024, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ ດຳລັດ ວ່າດ້ວຍສະມາຄົມ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຂອງສູນອິນເຕີເນັດແຫ່ງຊາດ, ໂດຍການເຂົ້າຮ່ວມເປີດກອງປະຊຸມຂອງ ທ່ານ ຄຳພູ ດວງຖະໜອມ, ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ໃຫ້ກຽດເຜີຍແຜ່ເອກະສານໂດຍ ທ່ານ ນາງ ມາລາທິບ ແກ້ວຫານາມ, ຕາງໜ້າກົມພັດທະນາການບໍລິຫານລັດ, ກະຊວງພາຍໃນ, ມີຕາງໜ້າຄະນະກົມ/ທຽບເທົ່າ, ຄະນະອຳນວຍການບໍລິສັດລັດວິສາຫະກິດໂທລະຄົມມະນາຄົມ, ຄະນະພະແນກ ແລະ ພະນັກງານວິຊາການທີ່ເຮັດວຽກສັງລວມ/ບໍລິຫານຈັດຕັ້ງ ເຂົ້າຮ່ວມທັງໝົດຈຳນວນ 65 ທ່ານ, ຍິງ 22 ທ່ານ.

ໃນການເຜີຍແຜ່ເອກະສານຄັ້ງນີ້ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການສ້າງດຳລັດວ່າດ້ວຍສະມາຄົມກ່ຽວກັບ ການສ້າງຕັ້ງ, ການເຄື່ອນໄຫວ ແລະ ການຄຸ້ມຄອງສະມາຄົມເພື່ອເປັນບ່ອນອີງພື້ນຖານ ໃຫ້ແກ່ການສ້າງຕັ້ງສະມາຄົມ ຂອງພົນລະເມືອງລາວ, ອົງການຈັດຕັ້ງຂອງລັດທີ່ກ່ຽວຂ້ອງ ໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ໃຫ້ສະມາຄົມ ມີການເຄື່ອນໄຫວຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ ປະກອບສ່ວນສົ່ງເສີມຄວາມສາມັກຄີເປັນປຶກແຜ່ນຂອງຊາດ, ລຶບລ້າງຄວາມທຸກຍາກຂອງປະຊາຊົນ, ຊ່ວຍເຫຼືອສັງຄົມ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.

ກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍສະມາຄົມ ແມ່ນບັນລຸໄດ້ຕາມຈຸດປະສົງ-ລະດັບຄາດໝາຍ ທີ່ວາງໄວ້, ຜົນສໍາເລັດດັ່ງກ່າວນີ້ ກໍລ້ວນແຕ່ມາຈາກຄວາມເອົາໃຈໃສ່ ຂອງຜູ້ບັນຍາຍ ແລະ ໃນນີ້ ກໍປາສະຈາກບໍ່ໄດ້ການຮ່ວມມືຂອງບັນດານັກສໍາມະນາກອນທຸກທ່ານ, ມີຄວາມຕັ້ງໃຈຮັບຟັງການບັນຍາຍ, ເອົາໃຈໃສ່ຕິດຕາມທຸກໆຂັ້ນຕອນການໃຊ້ງານໜ້າທີ່ຕ່າງໆ ຊຶ່ງມີຄຳຖາມ-ຕອບ ແລະ ຂໍ້ສະເໜີ ກອງປະຊຸມເຜີຍແຜ່ເຖິງວ່າຈະມີເວລາສັ້ນ ແຕ່ກໍເຕັມໄປດ້ວຍເນື້ອໃນອັນອຸດົມສົມບູນ ແລະ ເປັນເຄື່ອງມືນໍາໃຊ້ໄດ້ຕົວຈິງໃນການປະຕິບັດວຽກງານອົງການຈັດຕັ້ງສັງຄົມ ໃນການພັດທະນາປະເທດຊາດ. ກອງປະຊຸມເຜີຍແຜ່ເອກະສານໄດ້ດຳເນີນມາຮອດເລວາ 12:00 ໂມງ, ຂອງວັນດຽວກັນ.


📱 Telegram

📱 Facebook

📱 YouTube

🌐 Website
Please open Telegram to view this post
VIEW IN TELEGRAM
Please open Telegram to view this post
VIEW IN TELEGRAM
👍1👏1